ຂ່າວສານການເຄື່ອນໄຫວ

ວຽກງານຈັດຕັ້ງ ແລະ ກໍ່ສາງພະນັກງານ
ວຽກງານການຈັດຕັ້ງ ແລະ ຂະຫຍາຍສະມາຊິກກຳມະບານ
          ພາຍຫຼັງທີ່ມີມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງສະຫະພັນກຳມະບານລາວວາງອອກ, ການຈັດຕັ້ງກຳມະບານແຕ່ລະຂັ້ນກໍ່ໄດ້ສຸມໃສ່ການປັງປຸງລະບົບການຈັດຕັ້ງຂອງຕົນຕິດພັນກັບວຽກງານ 3 ສ້າງ, ຕິດພັນກັບການຂະຫຍາຍຕົວຂອງການຈັດຕັ້ງພັກ-ລັດ, ຕິດພັນກັບຫົວໜ່ວຍແຮງງານຕ່າງໆນັບທັງພາກລັດ ແລະເອກະຊົນ, ເຮັດໃຫ້ລະບົບການຈັດຕັ້ງ ແລະ ການຄຸ້ມຄອງວຽກງານກຳມະບານເປັນລະບົບ.
          ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ VI ສະຫະພັນກຳມະບານລາວເປັນຕົ້ນມາ, ການຈັດຕັ້ງ ແລະ ສະມາຊິກກຳມະບານໄດ້ມີການເພີ່ມຂຶ້ນຢ່າງຕໍ່ເນື່ອງໃນປັດຈຸບັນໄດ້ມີ 18 ສະຫະພັນກຳມະບານນະຄອນຫຼວງ ແລະ ສະຫະພັນກຳມະບານແຂວງ, ໃນນີ້ສະຫະພັນກຳມະບານແຂວງ, ໃນນີ້ສະຫະພັນກຳມະບານແຂວງໄຊສົມບູນທີ່ໄດ້ຮັບການສ້າງຕັ້ງຂຶ້ນໃໝ່ 36 ສະຫະພັນກຳມະບານກະຊວງ ແລະ ອົງການ, 148 ສະຫະພັນກຳມະບານເມືອງ 20 ສະຫະພັນກຳມະບານຂະແໜງການ 3.797 ຮາກຖານ, ມີ 6789 ໜ່ວຍມີສະມາຊິກກຳມະບານໃນທົ່ວປະເທດທົງໝົດ 210.419 ຄົນ, ຍິງ 94.286 ຄົນທຽບໃສ່ກອງປະຊຸມໃຫຍ່ຄັ້ງທີ່ VI ເພີ່ມຂຶ້ນ 55.311 ຄົນ, ເທົ່າກັບ 30,56 %. ທຽບໃສ່ການຂະຫຍາຍລັດຖະກອນ, ກຳມະກອນກວມ .....% ໃນນີ້ເປັນສະມາຊິກພັກ 23,644 ຄົນ, ຍິງ 7.761 ຄົນ, ເປັນຊາວໜຸມ 30.367 ຄົນ, ແມ່ຍິງ 18.462 ຄົນ. ມີພະນັກງານກຳມະບານອາຊີບທັງໝົດ 1.142 ຄົນ, ຍິງ 411 ຄົນ, ໃນນີ້ເປັນຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ 39 ຄົນ, 05 ຄົນ.
ວຽກງານກໍ່ສ້າງ ແລະ ບຳລຸງພະນັກງານ
           ການກໍ່ສ້າງພະນັກງານເປັນວຽກງານທີ່ສຳຄັນຂອງກຳມະບານລາວ, ຜ່ານມາການຈັດຕັ້ງກຳມະບານແຕ່ລະຂັ້ນໄດ້ເອົາ
ໃຈໃສ່ກໍ່ສ້າງ ແລະ ບຳລຸງພະນັກງານຂອງຕົນ ໂດຍຜ່ານການຈັດຕັ້ງຂະບວນການຕ່າງໆຂອງມະຫາຊົນ, ຖືເອົາການເຕີບໃຫຍ່ຈາກຂະບວນການຂະບວນ ເພື່ອສ້າງເປັນສະມາຊິກພັກ ແລະ ການເປັນພະນັກງານສືບທອດໃນຂົງເຂດວຽກງານກຳມະບານ, ໄປຄຽງຄູ່ກັບວຽກງານດັ່ງກ່າວການຈັດຕັ້ງກຳມະບານຂັ້ໜຕ່າງໆກໍ່ໄດ້ເອົາໃຈໃສ່ໃນການບຳລຸງຍົກລະດັບໃຫ້ແກ່ພະນັກງານ
ຂອງຕົນເຊັ່ນ: ໄດ້ຈັດຕັ້ງຝຶກອົບຮົມໄລຍະສັ້ນຢູ່ພາຍໃນປະເທດໄດ້.....ຄົນ, ໄລຍະສັ້ນຢູ່ ສສຫວຽດນາມ....ຄົນ, ຢູ່ສປຈີນ 42 ຄົນ, ໄລຍະຍາວຢູ່ ສສຫວຽດນາມ......ຄົນ, ຈັດສົ່ງໄປຮຽນທິດສະດີການເມືອງໄລຍະສັ້ນຢູ່ພາຍໃນປະເທດມີ....ຄົນ, ຕ່າງປະເທດມີ.......ຄົນ, ນອກຈາກການຈັດຕັ້ງຍົກລະດັບທີ່ໄດ້ກ່າວມາຂ້າງເທິງ, ການຈັດຕັ້ງກຳມະບານກໍ່ໄດ້ເອົາໃຈໃສ່ການຝຝຶກອົບຮົມຕາມສະວິຊາສະເພາະຕ່າງໆຄື: ຝຶກອົບຮົມວຽກງານໄອທີ, ພາສາອັງກິດ, ພາສາຫວຽດ, ວຽກງານສຸຂະອານາໄມ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ, ວຽກງານສັນຍາຮງງາຮລວມໝູ່ ແລະ ອື່ນໆ, ເຊິງເຮັດໃຫ້ພະນັກງານກຳມະບານມີຄວາມເຕີບໃຫຍ່ເຂັ້ມແຂງທັງດ້ານປະລິານ

    



ไม่มีความคิดเห็น: