ວຽກງານໃນຕໍ່ໜ້າ

          ທິດທາງໜ້າທີ່ຂອງສະຫະພັນກຳມະບານລາວໃນ 5 ປີ ຕໍ່ໜ້າແຕ່ປີ 2015-2020. 
          ຄາດຄະເນສະພາບສາກົນ ແລະ ພາກພື້ນໃນຊຸມປີຕໍ່ໜ້າ.
          ສະພາບສາກົນ ແລະ ພາກພື້ນຍັງຈະຜັນແປໄປຕາມທ່າອ່ຽງມີການແຂ່ງຂັນສູ້ຢັນ ແລະ ຂັດແຍ່ງກັນ,ມີທັງການ
ຮ່ວມມືຮ່ວມສຳພັນເພິ່ງພາເຊິງກັນ ແລະ ກັນເພື່ອຜົນປະໂຫຍດລວມ ແລະ ເພື່ອຜົນປະໂຫຍດແຕ່ລະຝ່າຍ,ການຜັນແປ
ດັ່ງກ່າວນັ້ນມີລັກສະນະສະຫລັບຊັບຊ້ອນຄາດຄະເນໄດ້ຍາກລະຫວ່າງດ້ານທີ່ເປັນຂໍ້ສະດວກເປັນເງື່ອນໄຂອຳນວຍກັບ
ດ້ານສິ່ງທ້າທ້າຍທົດສອບ. 
           ການເສີມສ້າງສັນຕິພາບ ແລະ ການຮ່ວມມືຍັງເປັນທ່າອ່ຽງລວມໃນການພົວພັນສາກົນ, ໃນການພັດທະນາຢູ່ບັນດາ
ປະເທດສັງຄົມນິຍົມຍັງຈະບັນລຸຜົນສຳເລັດອັນພົ້ນເດັ່ນຕໍ່ເນື່ອງ,ເປັນປັດໃຈສ້າງຄວາມເຊື່ອໝັ້ນ ແລະ ສະໜັບສະໜູນຈາກ
ປະຊາຊົນຢູ່ພາຍໃນປະເທດ ແລະ ຄວາມເຫຼື້ອມໃສສັດທາຈາກບັນດາປະຊາຊາດໃນໂລກ.
          ທິດທາງລວມ:
          ເອົາໃຈໃສ່ໃນການສຶກສາອົບຮົມການເມືອງແນວຄິດ, ຖືເອົາວຽກງານດັ່ງກ່າວເປັນວຽກງານກົກຂອງທຸກໆບັນຫາເພື່ອ
ເຮັດໃຫ້ສະມາຊິກກຳມະກອນ ແລະ ຊາວຜູ້ອອກແຮງງານເຂົ້າໃຈແລະເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ.             
          ຍົກສູງບົດບາດໃນການເຕົ້າໂຮມຄວາມສາມັກຄີໃນຖັນແຖວກຳມະກອນ-ຊາວຜູ້ອອກແຮງງານດ້ວຍວິທີຂະຫຍາຍ
ການຈັດຕັ້ງ ແລະ ສະມາຊິກກຳມະບານໃຫ້ລວມເຖີງບັນດາຫົວໜ່ວຍແຮງງານໃນຂອບເຂດຂອງຕົນຮັບຜິດຊອບ, ເພື່ອແນ່
ໃສ່ຊ່ວຍກຳມະກອນ, ຊາວຜູ້ອອກແຮງງານດ້ວຍການຈັດຕັ້ງກຳມະບານພວກເຮົາໃນຖານະເປັນເຈົ້າການຈັດຕັ້ງຕົວແທນໃຫ້
ກຳມະກອນ ແລະ ຊາວຜູ້ອອກແຮງງານ.
          ເພີ່ມທະວິບົດບາດຂອງການຈັດຕັ້ງກຳມະບານໃນການປະກອບຄຳຄິດເຫັນໃສ່ບັນດາແນວທາງ, ແຜນນະໂຍບາຍຂອງ
ພັກ-ລັດ ແລະ ຂອງກຳມະບານໃນແຕ່ລະໄລຍະ ເພື່ອໃຫ້ຖືກຕ້ແງສອດຄ່ອງກັບສະພາບຄວາມເປັນຈິງ ແລະ ຄວາມມຸ້ງມາດ
ປາຖະໜາຂອງກຳມະກອນ-ຊາວຜູ້ອອກແຮງງານ.
          ໃນຊຸມປີຕໍ່ໜ້າອົງການຈັດຕັ້ງກຳມະບານລາວໄດ້ັບຮູ້ແຈ້ງກ່ຽວກັບພາລະບົບບາດ, ໜ້າທີ່ຄວາມຮັບຜິດຊອບອັນໜັກ
ໜ່ວງໃນການຊີ້ນຳຽນຳພາສະມາຊິກກຳມະບານ, ລັດຖະກອນ ແລະ ຊາວຜູ້ອອກແຮງງານລາວໃນການປົກປັກຮັກສາປະເທດ
ຊາດໃຫ້ມີຄວາມໝັ້ນຄົງ ແລະ ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດໃຫ້ລຸດພົ້ນອອກຈາກຄວາມດ້ອຍພັດທະນາ
ຕາມແຜນຍຸດທະສາດຂອງພັກໄດ້ວ່າງໄວ, ບັນຫາດັ່ງກ່າວແມ່ນພາລະກຳປະຫວັດສາດໃນເງື່ອນໄຂອັນໃໝ່ທີ່ອົງການຈັດຕັ້ງກຳ
ມະບານກໍ່ຄືຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານງລາວບັນດາເຜົ່າຈະຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ
ດັ່ງນັ້ນການເຊີດຊູບົດບາດ ແລະ ຄວາມອາດສາມາດໃນການເຄື່ອນໄຫວຂອງອົງການຈັດຕັ້ງກຳມະບານແຕ່ລະຂັ້ນໃຫ້ມີຄວາມ
ໜັກແໜ້ນເຂັ້ມແຂງ ແລະ ກາຍເປັນແບບຢ່າງຂອງການນຳກຳມະບານແຕ່ລະຂັ້ນຈຶ່ງມີຄວາມສຳຄັນ ແລະ ເປັນບັນຫາຕັດສິນ.

ไม่มีความคิดเห็น: