ກ່ຽວກັບ

ປະຫວັດຄວາມເປັນມາ
       ຫ້ອງການສະຫະພັນກຳ​ມະ​ບານ​ລາວ​ແມ່ນ​ອົງການ​ຈັດ​ຕັ້ງ​ມະຫາຊົນໜຶ່ງທີ່​ກວ້າ​ງຂວາງໃນ​ລະບົບ​ການເມືອງ ຂອງ​ລະບອບ​ປະຊາທິປະ​ໄຕ ປະຊາຊົນ ທີ່​ມີ​ພັກ​ປະ​ຊາ​ຊົນລາວ ປະຕິວັດ ​ເປັນ​ແກນ​ນຳ. ​ເປັນ​ອົງການ​ສຶບ​ທອດ ພາລະ​ກຳ ປະຫວັດສາດ ​ແລ​ະ ມູນ​ເຊື້ອຂອງ​ຊົນ​ຊັ້ນ​ກໍາມະກອນ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ​ລາວ ບັນ​ດາ​ເຜົ່າ​ໃນ​ພາລະກິດ​ປະຕິວັດ​ຊາດ ປະຊາທິປະ​ໄຕ ກໍ່​ຄື​ການ​ປະຕິບັດ ສອງໜ້າທີ່​ຍຸດ​ທະ​ສາດ ​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່, ​ເຊິ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂື້ນ ​ໃນ​ວັນ​ທີ 1 ກຸມພາ ປີ 1956, ດຳ​ເນີນ​ການ​ເຄື່ອນ​ໄຫວຕາມ​ລັດຖະທຳ​ມະນູນ, ກົດໝາຍ​ແຫ່ງ ສ ປປ ລາວ ​ແລະ ກົດໝາຍວ່າ​ດ້ວຍ​ກຳມະ​ບານ.
ພາລະບົດບາດ 
         ສຶກສາ​ອົບ​ຮົມ ສະມາຊິກ​ກຳມະບານ, ກຳມະກອນ​ຊາວ​ຜູ້​ອອກ​ແຮງ​ງານໃຫ້​ເປັນ​ພົນລະ​ເມືອງ​ດີ, ມີ​ລະບຽບ​ແບບ​ແຜນ ​ໃນ​ການ​ອອກ​ແຮງ​ງານ, ມີ​ຄວາມ​ຕື່ນ​ຕົວທາງ​ດ້ານການ​ເມືອງ, ມີ​ຄວາມ​ຮູ້, ຄວາມ​ສາມາດ​ທາງ​ດ້ານ​ວິທະຍາສາດ-​ເຕັກ​ໂນ​​ໂລ​ຊີ ​ແລະ ອະລິຍະ​ທຳ​ທາງ​ດ້ານ​ຈິດ​ໃຈ.
        ເປັນ​ຕົວ​ແທນ​ແຫ່ງ​ການ​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ ຂອງ​ກຳມະກອນ, ຊາວ​ຜູ້​ອອກ​ແຮງ​ງານ, ນັກຮຽນຮູ້​ປັນຍາ​ຊົນ.
        ເຂົ້າ​ຮ່ວມ​ໃນ​ການ​ຕິດຕາມ, ກວດກາ​ການ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ເສດຖະກິດ-ສັງຄົມ​ເປັນ​ຕົ້ນຂອງ​ອົງການ​ຈັດ​ຕັ້ງ​ລັດ​ແຕ່​ລະ​ຂັ້ນ ​ແລ​ະ ຫົວໜ່ວຍ​ແຮງ​ງານ.



ໂຄງຮ່າງການຈັດຕັ້ງ


ທ່ານ ຄຳຫຼ້າ ລໍລອນສີ
ປະທານ 

                     ທ່ານ ສີມູນ ອຸ່ນລາສີ            ທ່ານ ຕົງເຢຢາງ ຢົງເຊັງ                   ທ່ານ ວັນນາ ດວງພະຈັນ
                     ຮອງປະທານຜູ້ທີ່ 1            ຮອງປະທານຜູ້ທີ່ 2             ຮອງປະທານຜູ້ທີ່ 3

ไม่มีความคิดเห็น: